ກົມທໍລະນີສາດ ແລະ ບໍ່ແຮ່

ສິດ ແລະ ພາລະບົດບາດຂອງ ກທບ8

ສິດ ແລະ ພາລະບົດບາດຂອງ ກທບ8

          ພະແນກຄຸ້ມຄອງເຕັກນິກປຸງແຕ່ງແຮ່ທາດ ມີຊື່ຫຍໍ້ວ່າ “ກທບ8” ເປັນພາສາອັງກິດວ່າ “Division of Minerals Processing Management” ຊື່​ຫຍໍ້​ “DMM 8” ມີໜ້າທີ່ເປັນເສນາທິການ ໃຫ້ກົມທໍລະນີສາດ ແລະ ບໍ່ແຮ່ ກ່ຽວກັບວຽກງານການປຸງແຕ່ງແຮ່ທາດ, ການນຳໃຊ້ເຄມີ, ການກໍ່ສ້າງບໍ່ແຮ່, ອ່າງຫາງແຮ່, ເຄື່ອງນຳເຂົ້າ ແລະ ຕົວຢ່າງແຮ່ທາດ, ເຊິ່ງມີລາຍລະອຽດດັ່ງນີ້:

  1. ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ລະບຽບການ, ບົດແນະນໍາ, ແບບພິມ ທີ່ຕິດພັນກັບວຽກງານກໍ່ສ້າງໂຮງງານປຸງແຕ່ງແຮ່ທາດ, ໂຮງງານປຸງແຕ່ງແຮ່ທາດ ແລະ ການອອກແບບອ່າງຫາງແຮ່ ທີ່ຕິດພັນກັບວຽກງານຄຸ້ມຄອງເຕັກນິກການປຸງແຕ່ງຫຼໍ່ຫຼອມແຮ່ທາດ;
  2. ຄຸ້ມຄອງເຕັກນິກການປຸງແຕ່ງແຮ່ທາດ ເປັນຕົ້ນ: ການປຸງແຕ່ງແຮ່ທາດຂັ້ນຕົ້ນ, ການປຸງແຕ່ງຍົກຄຸນນະພາບ, ການເຜົາ, ການຫຼໍ່ຫຼອມ, ປ່ຽນຮູບ, ປ່ຽນແປງ ສ່ວນປະກອບທາງດ້ານເຄມີໃນໂລຫະ ຫຼື ອະໂລຫະ, ເຈຍລະໄນ, ການບໍລິຫານຈັດການສິ່ງເສດເຫຼືອຂອງຜະລິດຕະພັນ ແລະ ວິທີການອື່ນ;
  3. ຄົ້ນຄວ້າ, ພິຈາລະນາ, ທົບທວນ ແລະ ສະເໜີກົມ ເພື່ອຮັບຮອງ ແຜນການປຸງແຕ່ງແຮ່ທາດ, ແຜນການອອກແບບອ່າງຫາງແຮ່, ແຜນການກໍ່ສ້າງບໍ່ແຮ່ ແລະ ໂຮງງານປຸງແຕ່ງແຮ່ທາດ;
  4. ປະກອບຄຳເຫັນ ແລະ ຢັ້ງຢືນ ທາງດ້ານເຕັກນິກກ່ອນການພິຈາລະນາ ອອກ, ຕໍ່, ສັ່ງໂຈະ ຫຼື ລົບລ້າງ ໃບອະນຸຍາດດໍາເນີນການກໍ່ສ້າງ ບໍ່ແຮ່ ແລະ ໂຮງງານປຸງແຕ່ງແຮ່ທາດ ແລະ ໃບອະນຸຍາດດຳເນີນກິດຈະການໂຮງງານປຸງແຕ່ງແຮ່ທາດ;
  5. ຄົ້ນຄວ້າ ພິຈາລະນາ ອອກ ແລະ ດັດແກ້ ໃບຢັ້ງຢືນແຜນການປຸງແຕ່ງແຮ່ທາດ, ໃບຢັ້ງຢືນແຜນການອອກແບບອ່າງຫາງແຮ່, ໃບຢັ້ງຢືນແຜນການກໍ່ສ້າງບໍ່ແຮ່ ແລະ ໂຮງງານປຸງແຕ່ງແຮ່ທາດ;
  6. ຄົ້ນຄວ້າ, ພິຈາລະນາ ແລະ ຢັ້ງຢືນ ແຜນນຳເຂົ້າ ແລະ ແຜນຄວາມຕ້ອງການ ປະຈໍາປີ ສໍາລັບວັດຖຸດິບ, ພາຫະນະກົນຈັກ, ອຸປະກອນ, ເຄື່ອງຈັກ, ທາດລະເບີດ ແລະ ສານເຄມີ ຮັບໃຊ້ໂຄງການບໍ່ແຮ່;
  7. ເກັບກຳສະຖິຕິ, ຕິດຕາມການນໍາໃຊ້, ສະຫຼຸບການນຳເຂົ້າ ວັດຖຸດິບ, ພາຫະນະກົນຈັກ, ອຸປະກອນ, ເຄື່ອງຈັກ, ທາດລະເບີດ ແລະ ສານເຄມີ ຮັບໃຊ້ໂຄງທີ່ມີເຂດສຳປະທານບໍ່ແຮ່ ແລະ ບໍ່ມີເຂດສໍາປະທານຂຸດຄົ້ນບໍ່ແຮ່;
  8. ກວດກາ, ພິຈາລະນາ ແລະ ຢັ້ງຢືນ ການນຳເຂົ້າ ແລະ ສົ່ງອອກຕົວຢ່າງແຮ່ທາດ ເພື່ອວິໄຈ ແລະ ທົດລອງເຕັກໂນໂລຊີ ໃນໄລຍະ ຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ, ປຸງແຕ່ງຫຼໍ່ຫຼອມແຮ່ທາດ ຢູ່ພາຍໃນ ແລະ ຕ່າງປະເທດ;
  9. ເກັບກຳສະຖິຕິ, ສະຫຼຸບ ການນຳເຂົ້າ ແລະ ສົ່ງອອກຕົວຢ່າງແຮ່ທາດ;
  10. ຄຸ້ມຄອງ, ຕິດຕາມ, ກວດກາ, ສັງລວມ ແລະ ສະຫຼຸບລາຍງານ ວຽກງານການກໍ່ສ້າງບໍ່ແຮ່ ແລະ ການດໍາເນີນກິດຈະການໂຮງງານປຸງແຕ່ງແຮ່ທາດ;
  11. ຕິດຕາມ ແຜນການດຳເນີນວຽກງານການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດປະຈຳປີ;
  12. ຕິດຕາມຄຸນນະພາບຂອງແຮ່ທາດ ກ່ອນການປຸງແຕ່ງ, ​ພາຍຫຼັງການປຸງແຕ່ງ ແລະ ຫາງແຮ່ ຈາກການປຸງແຕ່ງແຮ່ທາດ, ປະກອບຄຳເຫັນ ແລະ ຢັ້ງຢືນ ຄຸນນະພາບຂອງຜະລິດຕະພັນແຮ່ທາດ ກ່ອນການພິຈາລະນາສົ່ງອອກຈຳໜ່າຍ;
  13. ເກັບກໍາສະຖິຕິ, ສະຫຼຸບສະຖິຕິການປຸງແຕ່ງແຮ່ທາດ ແລະ ຜະລິດຕະພັນແຮ່ທາດ;
  14. ເຂົ້າຮ່ວມ ແລະ ຕິດຕາມການໄກ່ເກ່ຍ ແລະ ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານ ທີ່ຕິດພັນກັບວຽກງານກໍ່ສ້າງບໍ່ແຮ່, ວຽກງານປຸງແຕ່ງແຮ່ທາດ ແລະ ວຽກງານອ່າງຫາງແຮ່;
  15. ແຈ້ງເຊີນ, ແຈ້ງເຕືອນຜູ້ລົງທຶນ ມາປຶກສາຫາລືວຽກງານ ທີ່ພົວພັນກັບ ວຽກງານກໍ່ສ້າງບໍ່ແຮ່, ວຽກງານປຸງແຕ່ງແຮ່ທາດ ແລະ ວຽກງານອ່າງຫາງແຮ່;
  16. ສະ​ເໜີ, ເຂົ້າຮ່ວມ​, ຈັດຝຶກອົບຮົມ ແລະ ບໍາລຸງຍົກລະດັບຄວາມຮູ້ດ້ານວິຊາສະເພາະ ກ່ຽວກັບ ວຽກງານ​ການປຸງແຕ່ງແຮ່ທາດ, ການນໍາໃຊ້ເຄມີ, ການກໍ່ສ້າງບໍ່ແຮ່, ເຄື່ອງນໍາເຂົ້າ, ຕົວຢ່າງແຮ່ທາດ ແລະ ອື່ນໆ;
  17. ສະຫຼຸບ, ສັງລວມ ແລະ ສ້າງແຜນການເຄື່ອນໄຫວຂອງພະແນກປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈຳປີ;
  18. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງກົມ.
Scroll to Top