ກົມທໍລະນີສາດ ແລະ ບໍ່ແຮ່

November 9, 2026

ກອງປະຊຸມ, ຂ່າວສານກົມ, ຝຶກອົບຮົມ

ເຜີຍແຜ່ສັນຍາສໍາປະທານ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ເຂດບ້ານນາໂພ – ຫ້ວຍສຽດ, ເມືອງລ້ອງຊານ ແຂວງ ໄຊສົມບູນ

ໃນຄັ້ງວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງເມືອງລ້ອງຊານ ແຂວງໄຊສົມບູນ. ກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່ເນື້ອໃນສັນຍາສໍາປະທານພັດທະນາບໍ່ແຮ່ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ໃນເນື້ອທີ່ 1,216 ເຮັກຕາ ຢູ່ເຂດບ້ານນາໂພ – ຫ້ວຍສຽດ, ເມືອງລ້ອງຊານ ແຂວງໄຊສົມບູນ ຂອງບໍລິສັດ ພັດທະນາທອງແດງ ລາວ –  ຈີນ ຈຳກັດຜູ້ດຽວ   ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສົມພັນ ສີສົມບຼົງ ປະທານຄະນະກໍາມະການປົກຄອງ ເມືອງລ້ອງຊານ, ທ່ານ ຂາວພອນ ສຸກລາພັນ ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ແລະ ທ່ານ ຜາເງິນ ວົງພະຈັນ ຮອງຫົວໜ້າພະແນກອູດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ນອກຈາກນີ້

ກິດຈະກຳ, ຂ່າວສານກົມ

ການແຂ່ງຂັນກິລາບານເຕະຊາຍຊິງຂັນປະທານສູນກາງແນວລາວສ້າງຊາດ ປະຈໍາປີ 2026 ນັດທຳອິດຂອງທີມກະຊວງອຸດສາຫະກຳ ແລະການຄ້າ

ການແຂ່ງຂັນກິລາບານເຕະຊາຍຊິງຂັນປະທານສູນກາງແນວລາວສ້າງຊາດ ປະຈໍາປີ 2026 ນັດທຳອິດຂອງທີມກະຊວງອຸດສາຫະກຳ ແລະການຄ້າ ໃນວັນທີ 6 ພະຈິກ 2026 ຢູ່ສະໜາມກິລາລ້ານຊ້າງ ພົບກັບທີມສານປະຊາຊົນສູງສຸດ.

Scroll to Top